ຂໍ້ມູນລວມແຂວງຫຼວງພະບາງ

ປະຫວັດແຂວງຫຼວງພະບາງ[ແກ້ໄຂ]

ເບິ່ງບົດຄວາມຫຼັກທີ່ ເມືອງຫຼວງພະບາງ
ເມືອງຫຼວງພະບາງ ແມ່ນ ເມືອງເອກຂອງແຂວງຫຼວງພະບາງ ໄດ້ຮັບການຍົກຍ້ອງໃຫ້ເປັນມໍລະດົກໂລກຈາກອົງການຢູເນສໂກ ປະເທດຍີ່ປຸ່ນ ໃນວັນທີ 9 ເດືອນ 12 ປີ 1995
  • [[ປູ່ເຍີຍ່
Lao-Korea

ທີ່ຕັ້ງ[ແກ້ໄຂ]

  • ທິດເໜືອຕິດກັບ ແຂວງຜົ້ງສາລີ
  • ທິດໃຕ້ຕິດກັບ ແຂວງວຽງຈັນ
  • ທິດຕາເວັນອອກຕິດກັບ ແຂວງຫົວພັນ, ແຂວງຊຽງຂວາງ ແລະ ສ.ສ ຫວຽດນາມ
  • ທິດຕາເວັນຕົກຕິດກັບ ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ

ປະຊາກອນ[ແກ້ໄຂ]

ແຂວງຫຼວງພະບາງ ມີປະຊາກອນທັງໝົດ 431,439 ຄົນ ເປັນຜູ້ຊາຍ 215,999 ຄົນ, ຍິງ 215,440 ຄົນ ມີຄວາມໜາແໜ້ນ 26 ຄົນຕໍ່ກິໂລຕາແມັດ. ປະກອບດ້ວຍ: ລາວລຸ່ມ,ລື້,ຜູ້ໄທ,ກຶມ​ມຸ,ເຜົ່າມົ້ງ,ເຜົ່າຢ້າວ,ເຜົ່າອີກໍ້...

ສະພາບເສດຖະກິດ-ສັງຄົມ[ແກ້ໄຂ]

ການປູກ ຢາງພາລາ ທົ່ວແຂວງມີ ເນື້ອທີ່ 1 ລ້ານ 2 ແສນກວ່າ ເຮັກຕາ, ປູກຖົ່ວແຮປ່ອຍຄັ່ງ 2 ພັນກວ່າເຮັກຕາ,ໄມ້ສັກ 22 ພັນກວ່າເຮັກຕາ, ຫມາກນຳ້ມັນ 3.900 ກ່ວາເຮັກຕາ, ຊາແກ່ 8 ຮ້ອຍເຮັກຕາ,ເປືອກເມືອກ 27 ເຮັກຕາ, ປໍສາ 170 ກວ່າເຮັກຕາ ແລະ ໄດ້ຢຸດຕິການຖາງ ປ່າເຮັດໄຮ່ປູກເຂົ້າໄດ້ 113 ບ້ານ ມີ 10.742 ຄອບຄົວ, ປະຈຸບັນທົ່ວແຂວງຍັງມີບ້ານ ທີ່ຍັງເຮັດໄຮ່ທັງຫມົດ 425 ບ້ານ, ມີ 20.650 ຄອບຄົວ, ໃນເນື້ອທີ່ 13.511 ເຮັກຕາ, ລົບລ້າງບ້ານທຸກຍາກໄດ້613 ບ້ານ, ມີ 62.722 ຄອບຄົວ, ກວມ 75% ແລະ ໃນໄລຍະຜ່ານມາໄດ້ມີຂະບວນຂຸດ ທາງເຂົ້າບ້ານມີ 125 ບ້ານ, ທົ່ວແຂວງມີບ້ານທີ່ມີທາງລົດ ເຂົ້າເຖິງ 625 ບ້ານ, ມີໄຟ ຟ້າເຂົ້າເຖິງ 11 ເມືອງທົ່ວ ແຂວງ, ພ້ອມນີ້ຍັງໄດ້ຍົກໃຫ້ ເຫັນວຽກງານທ່ອງທ່ຽວຂອງ ແຂວງ ເຊິ່ງໃນແຕ່ລະປີມີນັກ ທ່ອງທ່ຽວເຂົ້າມາຫລວງພະບາງ ປະມານ 3 ແສນຫາ 4 ແສນຄົນ ສາມາດສ້າງລາຍຮັບ ແຕ່ລະປີຈາກການທ່ອງທ່ຽວ ໄດ້ປະມານ 72 ລ້ານໂດລາ ສະຫະລັດ.

ເມືອງຫຼວງພະບາງ

Jump to navigationJump to search
Luangphabang okt98.jpg
Karte luang prabang laos.png
ເມືອງຫຼວງພະບາງ ແມ່ນເມືອງເອກຂອງແຂວງຫຼວງພະບາງ ຢູ່ທາງພາກເໜືອຂອງປະເທດ ຕັ້ງຢູ່ຮິມນ້ຳຂອງແລະນ້ຳຄານ ເຊິ່ງໄຫຼມາບັນຈົບກັນ ເປັນເມືອງທີ່ອົງການຍູເນສໂກ ໄດ້ຍົກຍ່ອງໃຫເປັນມໍລະດົກໂລກດ້ວຍ.
ເມືອງຫຼວງພະບາງມີໃນອະດີດແມ່ນ ລາຊະທານີ ທີ່ຮຸ່ງເຮືອງແລະເຟື່ອງຟູທີ່ສຸດຂອງອານາຈັກລ້ານຊ້າງ ທີ່ມີ ນາມວ່າ ກຸງສີສັດຕະນາຄະນະຫຸຕ ນັບໄດ້ວ່າເມືອງຫຼວງພະບາງ ແມ່ນ ເມືອງທີ່ງົດງາມ ໃນສິນລະປະຂອງສະຖາປັດຕະຍະກຳ ວັດທະນະທຳ ປະເພນີ ລະ ຂະຫນົບທຳນຽມ ໃນການດຳລົງຊີວິດຫລາຍ ຈຶ່ງເຮັດໃຫ້ອົງການ ຢູເນສໂກ ໄດ້ຂຶ້ນທະບຽນໃຫ້ັເປັນ ມໍລະດົກໂລກທາງວັດທະນະທຳຂອງມວນມະນຸດຊາດ ຕັ້ງແຕ່ ປີ ພ.ສ.໒໕໑໐ ປັດຈຸບັນແຂວງຫຼວງພະບາງ ປະກອບດ້ວຍ ໑໒ ເມືອງ

ພູມປະເທດ[ແກ້ໄຂ]

ເມືອງຫຼວງພະບາງ ຕັ້ງຢູ່ທາງທິດເຫນືອຂອງສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ແຄມຝັ່ງແມ່ນ້ຳໂຂງ ຫ່າງຈາກເມືອງວຽງຈັນ ເປັນ ໄລຍະທາງ ໔໒໐ ກ.ມ. ອ້ອມຮອດດ້ວຍພູ ບ່ອນທີ່ແມ່ນ້ຳຂອງ ແລະ ແມ່ນ້ຳຄານໄຫລມາ ຈອດກັນພໍດີ

ມໍລະດົກໂລກ[ແກ້ໄຂ]


ເມືອງຫຼວງພະບາງ
ຫຼວງພະບາງໄດ້ຮັບການຂຶ້ນທະບຽນໃຫ້ເປັນມໍລະດົກໂລກດ້ວຍເຫດຜົນ ແມ່ນ ມີວັດອາຮາມເກົ່າແກ່ຫຼາຍ ມີບ້ານເຮືອນອັນເປັນເອກກະລັກໂດດເດັ່ນ ຕົວເມືອງຕັ້ງຢູ່ຮິມນ້ຳຂອງແລະນ້ຳຄານ ເຊີ່ງໄຫຼມາບັນຈົບກັນທ່າມກາງທຳມະຊາດອັນງົດງາມ ແລະ ຊາວຫຼວງພະບາງມີບຸກຄະລິກທີ່ຍິ້ມແຍ້ມແຈ່ມໃສ ເປັນມິດ ມີຂະໜົບທຳນຽມປະເພນີທີ່ງົດງາມ
ໃນຂະໜະທີ່ມໍລະດົກໂລກແຫ່ງອື່ນອາດໄດ້ຂຶ້ນທະບຽນຢ່າງຈຳເພາະເຈາະຈົງໃນໂບລານສະຖານ ທຳມະຊາດ ແຕ່ຫຼວງພະບາງທັ້ງເມືອງໄດ້ຮັບການຂຶ້ນທະບຽນໃຫ້ເປັນມໍລະດົກໂລກ ເມື່ອເດືອນທັນວາ ພ.ສ. 2538 ແລະຍັງໄດ້ຮັບການຍົກຍ່ອງວ່າເປັນເມືອງທີ່ໄດ້ຮັບການປົກປ້ອງຮັກສາດີທີ່ສຸດໃນອາຊີຕະເວັນອອກສຽງໃຕ້

ไม่มีความคิดเห็น:

แสดงความคิดเห็น

Luang Prabang Timeless Destination